
v ລັກສະນະ:
· 3D-SECURE ເປັນບໍລິການຊ່ວຍເພີ່ມຄວາມປອດໄພໃນການຊຳລະຄ່າສິນຄ້າ ຫຼື ບໍລິການຕ່າງໆ ຜ່ານບັດ VISA. ທ່ານສາມາດຊື້ສິນຄ້າ ຫຼື ນຳໃຊ້ບໍລິການ online ດ້ວຍຄວາມໝັ້ນໃຈ ໂດຍລະບົບຈະສົ່ງລະຫັດກວດສອບ (Verified password) ເຖິງທ່ານເພື່ອຢັ້ງຢືນທຸລະກຳ online ທີ່ບັນຊີຂອງທ່ານກຳລັງດຳເນີນງານຢູ່. ຈະບໍ່ມີບຸກຄົນໃດສາມາດໃຊ້ເລກບັດຂອງທ່ານເພື່ອໃຊ້ຈ່າຍ online ໄດ້ຖ້າບໍ່ມີລະຫັດຢືນຢັນ Verification Code.
· SMS Banking ເປັນບໍລິການແຈ້ງຂໍ້ຄວາມອັດຕະໂນມັດ ໄປຫາເບີໂທລະສັບ ທີ່ລົງທະບຽນໃວ້ ທຸກໆການເຄື່ອນໄຫວຂອງບັນຊີທ່ານ ແລະ ອີກບໍລິການເສີມອີກຈຳນວນໜຶ່ງ. ທ່ານສາມາດລົງທະບຽນໄດ້ຫຼາຍເບີ ຫຼາຍບັນຊີ ພຽງແຕ່ມີສັນຍານໂທລະສັບ ກໍ່ສາມາດນຳໃຊ້ໄດ້ແລ້ວ ເຊິ່ງບໍ່ຈຳເປັນຕ້ອງເຊື່ອມຕໍ່ອິນເຕີເນັດໃນມືຖື ແລະ ສາມາດນຳໃຊ້ໄດ້ກັບມືຖືທຸກປະເພດ.
v ເງື່ອນໄຂການໃຊ້ບໍລິການ
· ລູກຄ້າທີ່ມີບັນຊີເງິນຝາກກະແສລາຍວັນ ຫຼື ຝາກປະຢັດບໍ່ມີກຳນົດ ທີ່ ທະນາຄານ Sacombank Lao.
· ລົງທະບຽນດ້ວຍເບີໂທລະສັບ ແລະ ຂຽນແບບຟອມສະໝັກການນຳໃຊ້ທີ່ທະນາຄານ Sacombank Lao ທຸກສາຂາ.